ຍິນດີຕ້ອນຮັບສູ່ລາວກຣີນກຣຸບ
ສະບາຍດີ .....
ຂ້າພະເຈົ້າ, ຄອບຄົວ ແລະ ພະນັກງານໃນ ລາວກຣິນກຣຸບ ທັງໝົດ ມີຄວາມດີໃຈ ຕ້ອນຮັບທ່ານ ສູ່ເວບໄຊ໌ ຂອງລາວກຣີນກຣຸບ. ພວກເຮົາທັງໝົດໃນລາວກຣີນກຣຸບ ແມ່ນຮັກໃນທຳມະຊາດ, ແລະ ຈະສຸມທຸກເຫື່ອແຮງ ເພື່ອສ້າງກິດຈະກຳທີ່ເປັນມິດກັບສິ່ງແວດລ້ອມ, ແລະ ເພື່ອປົກປັກຮັກສາປ່າໄມ້ ແລະ ຊີວະນາໆພັນ ໃນເຂດປ່າຂອງລາວກຣີນ.
ລາວກຣີນຈັ່ງໂກ ແມ່ນແຫຼ່ງທ່ອງທ່ຽວທີ່ຫາກໍ່ເປີດໃໝ່ ເຊິ່ງເປັນເຂດປ່າສະຫງວນທີ່ໃກ້ກັບຕົວເມືອງຫຼວງພະບາງທີ່ສຸດ. ນ້ຳຕົກຮ້ອຍຄົວ ແມ່ນມີຄວາມສວຍງາມ ທີ່ລໍຄອຍທຸກທ່ານໃຫ້ມາທ່ຽວຊົມ ແລະ ທ່ານຍັງສາມາດ ມ່ວນຊື່ນກັບກິດຈະກຳທ້າທາຍຕ່າງໆ ເຊັ່ນວ່າ: ການໂຫນເຊືອກ, ການໄຕ່ເຊືອກ,ການເດີນປ່າ.
ພວກເຮົາຍັງມີແພັກເກັດການພະຈົນໄພ ທີ່ເໝາະສົມກັບຄວາມຕ້ອງການຂອງທ່ານຄື: 1. ການເດີນປ່າ ແລະ ໄຕ່ເຊືອກ, 2. ການເດີນປ່າ ແລະ ການໂຫນເຊືອກ, 3. ກິດຈະກຳເຕັມມື້ເພື່ອເດີນປ່າ, ໄຕ່ເຊືອກ, ແລະ ໂຫນເຊືອກ
ທ່ານສາມາດຈອງກິດຈະກຳ... ກົດນີ້!
ນອກນີ້, ພວກເຮົາຍັງມີສວນດອກໄມ້ ທີ່ມີດອກໄມ້ຫຼາຍຮ້ອຍຊະນິດ ທີ່ຈະມີໄວ້ໃຫ້ຄົນທີ່ຮັກດອກໄມ້ໄດ້ຊື່ນຊົມ. ໃນອະນາຄົດອັນໃກ້, ພວກເຮົາກໍ່ຈະ ເປີດຕະຫຼາດປ່າ ທີ່ທ່ານສາມາດຊື່ຂາຍ ຜະລິດຕະພັນຂອງປະຊາຊົນທ້ອງຖິ່ນນຳອີກ.
ໃນຖານະທີ່ເປັນອຳນວຍການບໍລິຫານ ຂອງລາວກຣີນກຣຸບ, ຂ້າພະເຈົ້າຫວັງວ່າ ທ່ານຈະເລືອກການບໍລິການຂອງພວກເຮົາເປັນອັນດັບທຳອິດ ທີ່ຈະເຮັດໃຫ້ການມາທ່ຽວແລະພັກຜ່ອນທີ່ຫຼວງພະບາງ ມີຄວາມມ່ວນຊື່ນ ແລະ ຈົດຈຳຕະຫຼອດໄປ.
ເພື່ອເປັນການພັດທະນາການບໍລິການຂອງພວກເຮົາ ທ່ານສາມາດອີເມວສົ່ງຄຳຄິດເຫັນ ແລະ ແນະນຳ ຫາຂ້າພະເຈົ້າໂດຍກົງທີ່ ອີເມວ: md@laogreengroup.com
ດ້ວຍຄວາມຮັກແພງ ແລະ ນັບຖື,
ອາຄົມ ພົມມະຫານ
-----------------------------
ພາສາລາວ
English


0 comments :
Post a Comment